Guidebook for Living in Korea

ເລື່ອງ​ຂອງ​ຊີ​ວິດ​ຂອງ​ເດັກ​ນ້ອຍ​ຂອງ​ພວກ​ເຮົາ​ທີ່​ສູນດູແລເດັກແມ່​

  • Home
  • Life plus
  • ເລື່ອງ​ຂອງ​ຊີ​ວິດ​ຂອງ​ເດັກ​ນ້ອຍ​ຂອງ​ພວກ​ເຮົາ​ທີ່​ສູນດູແລເດັກແມ່​

ເລື່ອງ​ຂອງ​ຊີ​ວິດ​ຂອງ​ເດັກ​ນ້ອຍ​ຂອງ​ພວກ​ເຮົາ​ທີ່​ສູນດູແລເດັກແມ່​

01ສູນດູແລເດັກແມ່ນຫຍັງ?

ສູນດູແລເດັກແມ່ນ:

ເປັນສະຖາບັນສຶກສາ ແລະ ດູແລເດັກ ເຊິ່ງດຳເນີນການຕາມລັດຖະທຳມະນູນການດູແລເດັກ ສຳລັບການເບິ່ແຍງເດັກທາລົກ ແລະ ເດັກນ້ອຍ ໂດຍໄດ້ຮັບອະນຸຍາດຈາກນາຍົກເທດສະມົນຕີ, ຜູ້ວ່າການເຂດ ຫຼື ຫົວໜ້າເຂດ.

ການມີສິດໄດ້ຮັບ

ສູນຮັບລ້ຽງເດັກ ດູແລເດັກກ່ອນໄວຮຽນທີ່ມີອາຍຸບໍ່ເກີນ 17 ປີ. ເຖິງຢ່າງໃດກໍຕາມ ຖ້າມີຄວາມຈຳເປັນ (ເຊັ່ນ ການດູແລຮ່ມວກັບເດັກພິການ ຫຼື ການສຶກສາຫຼັງເລີກຮຽນ) ທາງສູນສາມາດໃຫ້ບໍລິການຈົນເຖິງອາຍຸ 12 ປີໄດ້.

ຊົ່ວໂມງປະຕິບັດການ

ໂດຍ​ພື້ນ­ຖານ​ແລ້ວ​ສູນ​ດູ­ແລ​ເດັກ​ແມ່ນ​ເປີດ​ໃຫ້​ບໍ­ລິ­ການ 12 ຊົ່ວ­ໂມງ​ໃນ​ມື້​ເຮັດ​ວຽກ (07:30-19:30) ແລະ 8 ຊົ່ວ­ໂມງ​ໃນ​ວັນ​ເສົາ (07:30-15:30 ໂມງ). ຢ່າງ­ໃດ​ກໍ​ຕາມ, ໂດຍ​ການ​ພິ­ຈາ­ລະ­ນາ​ຊົ່ວ­ໂມງ​ເຮັດ​ວຽກ​ຂອງ​ຜູ້​ປົກ­ຄອງ​ຕົ້ນ­ຕໍ ​ແລະ​ ຫຼັງ​ຈາກ​ໄດ້​ຮັບ​ການ​ຍິນ​ຍອມ​ເຫັນ​ດີ​ຈາກ​ຜູ້​ປົກ­ຄອງ​ກ່ອນ, ການ​ດໍາ​ເນີນ​ງານ​ຂອງ​ແຕ່​ລະ​ສູນ​ດູ­ແລ​ເດັກ​ສາ­ມາດ​ປັບ​ໄດ້. (ການ​ດໍາ​ເນີນ​ງານ​ຂອງ​ການ​ດູ­ແລ​ເດັກທີ່​​ຂະ­ຫຍາຍໃນ​ຕອນ​ກາງ­ຄືນ ​ແລະ ​ວັນ​ພັກດູແລເດັກ).

ຊົ່ວໂມງການດູແລຂອງສູນດູແລເດັກ

ຊົ່ວ¬ໂມງປະ¬ຕິ¬ບັດການຂອງສູນດູ¬ແລເດັກ ໄດ້ຖືກຈັດປະ¬ເພດເປັນການດູ¬ແລພື້ນ¬ຖານ (9 ໂມງເຊົ້າ ~ 4 ໂມງແລງ) ເຊິ່ງຖືກນໍາໃຊ້ກັບເດັກ¬ນ້ອຍ ແລະ ເດັກກ່ອນໄວຮຽນທັງໝົດ ແລະ ການດູ¬ແລເພີ່ມເຕີມ (4 ໂມງແລງ ~ 7: 30 ໂມງແລງ) ເຊິ່ງຖືກນໍາໃຊ້ກັບເດັກອ່ອນ ແລະ ເດັກກ່ອນໄວຮຽນທີ່ຕ້ອງ¬ການການດູ¬ແລເພີ່ມເຕີມ. ສໍາລັບການຂະ¬ຫຍາຍຊົ່ວ¬ໂມງດູ¬ແລ, ຄູສອນເພີ່ມເຕີມໄດ້ຖືກມອບໝາຍ.

  • 1ການໃຫ້ຄໍາປຶກສາກ່ຽວກັບການນໍາໃຊ້ການດູແລແບບພິເສດ (ຜູ້ອໍານວຍການ ↔ ພໍ່ແມ່) (ຊົ່ວໂມງທີ່ຕ້ອງການຂອງການດູແລເດັກເພີ່ມເຕີມ)
  • 2ຄໍາຮ້ອງສະໝັກສໍາລັບຄຸນນະສົມບັດຂອງການດູແລທີ່ໄດ້ຂະຫຍາຍ (ໃຊ້ໄດ້ພຽງແຕ່ເດັກນ້ອຍອາຍຸ 0 ~ 2)
    • ຄໍາຮ້ອງສະໝັກ: ສູນສະຫວັດດີການບໍລິຫານ (ຫ້ອງການ Eup/myeon, ສູນການບໍລິການຊຸມຊົນ) ຫຼື ອອນໄລນ໌ Bokjiro (bokjiro.go.kr)
    • ການກໍານົດຄຸນວຸດທິ ແລະ ການແຈ້ງການ: ເມືອງ/ gun/ gu
    • ເດັກ¬ນ້ອຍທີ່ມີອາ¬ຍຸ 0-2 ປີ ຕ້ອງມີຄຸນ¬ສົມ¬ບັດທີ່ຕ້ອງ¬ການການດູ¬ແລເປັນຊົ່ວ¬ໂມງທີ່ຍາວນານ.
      • ມາດ¬ຕະ¬ຖານຄຸນວຸດທິ: ການຈ້າງງານ, ຊອກຫາ ຫຼື ການກະກຽມສໍາລັບການເຮັດວຽກ, ຄອບ¬ຄົວທີ່ມີເດັກ-ນ້ອຍຫຼາຍຄົນ, ຄອບ¬ຄົວພໍ່ແມ່ດຽວ, ເດັກ¬ນ້ອຍທີ່ລ້ຽງໂດຍພໍ່¬ເຖົ້າແມ່¬ເຖົ້າ, ຄອບ¬ຄົວຫຼາຍວັດທະນະທໍາ, ຄອບ¬ຄົວທີ່ມີລາຍໄດ້ຕ່ໍາ, ຄອບ¬ຄົວພິ¬ການ, ຄອບ¬ຄົວສະ¬ໜອງການດູ¬ແລໄລ¬ຍະຍາວສໍາລັບຜູ້ສູງອາ¬ຍຸ, ການເຂົ້າໂຮງ¬ໝໍ (ການດູ¬ແລຄົນເຈັບ), ການຖື¬ພາ, ການຫຼຸລູກ, ການໄປໂຮງ¬ຮຽນ, ການຮັບໃຊ້ທະ¬ຫານ ແລະ ເຫດ¬ຜົນອື່ນໆ
      • ເດັກ­ນ້ອຍ​ທີ່​ມີ​ຄຸນ​ວຸດ​ທິ​ຢູ່​ແລ້ວ​ ສໍາ​ລັບ​ການ​ດູ­ແລ​ໝົດ​ມື້ ແມ່ນ​ຄາດ​ວ່າ​ຈະ​ປ່ຽນ​ໄປ​ເປັນ​ຄຸນ​ສົມ​ບັດ​ສໍາ​ລັບ​ການ​ດູ­ແລ​ແບບ​ຂະ­ຫຍາຍ​ໂດຍ​ບໍ່​ມີ​ການ​ສະ­ໝັກ​ເພີ່ມ​ເຕີມ​ສໍາ​ລັບ​ຄຸນ​ສົມ​ບັດ.
      • ເດັກ­ນ້ອຍທີ່​ມີ​ຄຸນ​ວຸດ​ທິ​​ຢູ່​ແລ້ວ​ ສໍາ​ລັບ​ການ​ດູ­ແລ​ທີ່​ກໍາ​ນົດ​ເອງ​ຈໍາ​ເປັນ​ຕ້ອງ​ໄດ້​ສະ­ໝັກ​ຂໍ​ການ​ດູ­ແລ​ແບບຂະ­ຫຍາຍ​ຖ້າ​ພວກ​ເຂົາ​ຕ້ອງ​ການ.
    • ເດັກ­ນ້ອຍ​ທີ່​ມີ​ອາ­ຍຸ 3-5 ປີ ສາ­ມາດ​ໃຊ້​ການ​ດູ­ແລ​ແບບ​ຂະ­ຫຍາຍ​ຫຼັງ​ຈາກ​ທີ່​ໃຫ້​ຄໍາ​ປຶກ­ສາ​ກັບ​ສູນ​ດູ­ແລ​ເດັກ­ນ້ອຍ​ໂດຍ​ບໍ່​ຈໍາ​ເປັນ​ຕ້ອງ​ມີ​ຄຸນ­ສົມ­ບັດ​ເພີ່ມ​ເຕີມ.
  • 3ຄໍາຮ້ອງສະໝັກສໍາລັບການນໍາໃຊ້ການດູແລແບບຂະຫຍາຍ (ເດັກທຸກຄົນອາຍຸ 0~5 ປີ)
    • ຍື່ນໃບຄໍາຮ້ອງສໍາລັບການນໍາໃຊ້ການດູແລແບບຂະຫຍາຍໄປຫາສູນດູແລເດັກທີ່ກ່ຽວຂ້ອງ
  • 4ຢືນຢັນການນໍາໃຊ້ການດູແລແບບຂະຫຍາຍ

02ສູນດູແລເດັກແບບໃດດີ?

ນະໂຍບາຍການປະຕິບັດ ແລະ ປັດຊະຍາການດູແລເດັກນ້ອຍ

ແຕ່​ລະ​ສູນ​ດູ­ແລ​ເດັກ​ມີ​ນະ­ໂຍ­ບາຍ​ການ​ດໍາ​ເນີນ​ງານ​ພື້ນ­ຖານ ຫຼື ​ປັດ​ຊະ​ຍາ​ການ​ດູ​ແລ. ໂດຍ​ສະ­ເພາະ, ນະ­ໂຍ­ບາຍ​ການ​ດໍາ​ເນີນ​ງານ, ປັດ​ຊະ​ຍາ​ການ​ດູ­ແລ ​ແລະ​ ທັດ­ສະ­ນະ​ຄະ­ຕິ​ຂອງ​ຜູ້​ອໍາ​ນວຍຂອງ​ການ​ສູນ​ດູ­ແລ​ເດັກ, ຜູ້​ທີ່​ຮັບ­ຜິດ­ຊອບ​ຂອງ​ສູນ, ສາ­ມາດ​ມີ​ອິດ​ທິ​ພົນ​ຢ່າງ​ຫຼວງ­ຫຼາຍ​ຕໍ່​ສູນ, ສະ­ນັ້ນ ​ກະ­ລຸ­ນາ​ກວດ­ເບິ່ງ​ລັກ­ສະ­ນະ​ເຫຼົ່າ​ນີ້​ລ່ວງ​ໜ້າ​ຜ່ານ​ໜ້າ​ທໍາ​ອິດ​ຂອງ​ສູນ​ຜ່ານການໃຫ້​ຄໍາ​ປຶກ­ສາ​ກັບ​ຜູ້​ອໍາ​ນວຍ​ການ.

ຫຼັກສູດການດູແລເດັກມາດຕະຖານ

ຫຼັກສູກການດູແລເດັກມາດຕະຖານ ມີເປົ້າໝາຍ ແລະ ເນື້ອຫາທີ່ສອດຄ່ອງກັນໃນລະດັບປະເທດ ສຳລັບເດັກທາລົກ ແລະ ເດັກນ້ອຍອາຍຸ 0 ເຖິງ 5 ປີໃນສູນຮັບລ້ຽງເດັກ. ມັນປະກອບມີຫຼັກສູກການດູແລເດັກສຳລັບ ເດັກອາຍຸ ສູນຫາໜຶ່ງປິ,ສອງປີ ແລະ ສາມຫາຫ້າປີ(ຫຼັກສູດນຼຣີ-Nuri Curriculum).

  • ຫຼັກສູດນຼຣີ-Nuri Curriculum ສຳລັບເດັກອາຍຸສາມຫາຫ້າປີ ແມ່ນຫຍັງ?
    ເປັນຫຼັດສູດທີ່ອອກແບບຮ່ວມກັນລະຫວ່າງການດູແລເດັກ ແລະ ການສຶກສາ ທີ່ຮັບຮອງໂອກາດທາງການສຶກສາທີ່ມີຄຸນນະພາບ ແລະ ເທົ່າທຽມຕັ້ງແຕ່ເລີ່ມຕົ້ນຊີວິດ ບໍ່ວ່າຈະຮຽນທີ່ສູນຮັບລ້ຽງເດັກ ຫຼື ໂຮງຮຽນອະນຸບານ.
ອັດຕາສ່ວນຂອງຄູອາຈານທຽບກັບເດັກອ່ອນ ແລະ ເດັກກ່ອນໄວຮຽນ

ອັດ­ຕາ​ສ່ວນ​ຂອງ​ຄູອາຈານ​ທຽບ​ກັບ​ເດັກ​ອ່ອນ ແລະ ​ເດັກ​ກ່ອນ​ໄວ​ຮຽນ​ແມ່ນ​ເງື່ອນ­ໄຂ​ສະ­ພາບ​ແວດ​ລ້ອມ​ພື້ນ­ຖານ​ທີ່​ສຸດ​ທີ່​ຈໍາ​ເປັນ​ສໍາ​ລັບ​ຄູ​ເພື່ອ​ກໍາ​ນົດ​ລັກ­ສະ­ນະ​ສ່ວນ​ບຸກ­ຄົນ​ຂອງ​ເດັກ­ນ້ອຍ​ ແລະ ​ໃຫ້­ການ​ດູ­ແລ​ທີ່​ເໝາະ​ສົມ. ອັດ­ຕາ​ສ່ວນ​ທາງ​ກົດ­ໝາຍ​ໃນ​ປະ­ຈຸ​ບັນ​ຂອງ​ຄູ​ອາ­ຈານ​ທຽບ​ກັບ​ເດັກ​ອ່ອນ​ ແລະ ​ເດັກ​ອະ­ນຸ­ບານ​ທີ່​ລັດ­ຖະ­ບານ​ໄດ້​ແຈ້ງ​ໃຫ້​ຊາບ​ມີ​ດັ່ງ­ນີ້:

ອັດຕາສ່ວນຂອງຄູອາຈານທຽບກັບເດັກອ່ອນ ແລະ ເດັກກ່ອນໄວຮຽນ
어린이집 교사 대 영유아 비율 : 연령 및 배치기준을 포함한 표입니다.
ອາຍຸ 0 1 2 3 4 ຫຼື ຫຼາຍກວ່າ
ມາດຕະຖານ ການມອບໝາຍ 1:3 1:5 1:7 1:15 1:20
ຄວາມປອດໄພແລະຄວາມສະອາດຂອງສະພາບແວດລ້ອມໃນ / ນອກ

ແອນ້ອຍ ແລະ ເດັກນ້ອຍອະນຸບານ ທີ່ມີສ່ວນຮ່ວມໃນການສໍາຫຼວດຢ່າງຫ້າວຫັນ ເນື່ອງຈາກຄວາມຢາກຮູ້ຢາກເຫັນສູງ ມີແນວໂນ້ມທີ່ຈະປະເຊີນກັບອຸປະຕິເຫດດ້ານຄວາມປອດໄພ ແລະ ມີຄວາມຕ້ານທານຕໍ່ພະຍາດຕໍ່າ, ສະນັ້ນ ຄວາມປອດໄພ ແລະ ຄວາມສະອາດຂອງສິ່ງອໍານວຍຄວາມສະດວກພາຍໃນ ແລະ ກາງແຈ້ງຂອງສູນດູແລເດັກຄວນໄດ້ຮັບການກວດກາຢ່າງລະອຽດ.

ຕາຕະລາງການດໍາເນີນງານທີ່ເໝາະສົມສໍາລັບການພັດທະນາຂອງເດັກອ່ອນ ແລະ ເດັກກ່ອນໄວຮຽນ

ຕາ­ຕະ­ລາງ​ປະ​ຈໍາ​ວັນ​ຕ້ອງ​ໄດ້​ຮັບ​ການ​ປະ­ຕິ­ບັດ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ຮູບ​ແບບ​ຊີ­ວິດ​ປະ​ຈໍາ​ວັນ​ຂອງ​ເດັກ­ນ້ອຍ, ດັ່ງ­ນັ້ນ ​ຕາ­ຕະ­ລາງ​ຄວນ​ປະ­ກອບ​ດ້ວຍ​ເວ­ລາ​ຫຼິ້ນທີ່​ພຽງ­ພໍ, ການ​ພັກ­ຜ່ອນ​ທີ່​ເໝາະ​ສົມ, ນອນ​ຫຼັບ ແລະ ​ກິດ​ຈະ​ກໍາ​ໃນ​ຮົ່ມ​ຕາມ​ການ​ພັດ­ທະ­ນາ​ຂອງ​ເດັກ​ອ່ອນ ​ແລະ ​ເດັກ​ກ່ອນ​ໄວ​ຮຽນ.

ອາຫານທີ່ສົມດູນ

ໃນ​ໄລ­ຍະ​ໄວ​ເດັກ ແລະ ​ເດັກ​ກ່ອນ​ໄວ​ຮຽນ, ເດັກ­ນ້ອຍ​ໄດ້​ຜ່ານ​ການເຕີບໂຕ​ຢ່າງ​ໄວ­ວາ, ສະ­ນັ້ນ ຄວນ​ກວດ­ເບິ່ງ​ວ່າ ​ສູນ​ດູ­ແລ​ເດັກ​ໄດ້​ສະ­ໜອງ​ອາ­ຫານ ແລະ ອາ­ຫານ​ຫວ່າງ​ໃຫ້​ສົມ​ດູ​ນ​ໃນ​ດ້ານ​ການ​ບໍາ​ລຸງ​ລ້ຽງ​ທີ່​ຈໍາ​ເປັນ​ສໍາ​ລັບ​ການ​ເຕີບ​ໂຕ​ຂອງ​ເດັກ ​ຫຼື ​ບໍ່ ແລະ ຄວນ​ກວດ­ເບິ່ງ​ຜູ້​ສະ­ໜອງ​ອາ­ຫານ​ຫຼັກ ແລະ ປະ­ເທດ​ຕົ້ນ​ທາງ​ເຊັ່ນ​ກັນ.

ໄລຍະທາງຈາກບ້ານ

ເຖິງແມ່ນວ່າສູນດູ¬ແລເດັກຈະດີ¬ເລີດ, ຖ້າມັນຢູ່ໄກຈາກບ້ານ, ການໄປມາຂອງສູນດູ¬ແລເດັກອາດຈະຍາກເກີນໄປສໍາລັບເດັກ¬ນ້ອຍ, ດັ່ງ¬ນັ້ນ ຄວນເລືອກສູນດູ¬ແລເດັກຢູ່ໃກ້ກັບບ້ານ.

03ກ່ອນຈະເຂົ້າສູນດູແລເດັກຕ້ອງກຽມຫຍັງແດ່?

ໃບສະໝັກເຂົ້າສູນດູແລເດັກ

ຜູ້ປົກ¬ຄອງທີ່ຕ້ອງ¬ການໃຊ້ສູນດູ¬ແລເດັກ ສາ¬ມາດສະ¬ໝັກຂໍເອົາການເຂົ້າຮຽນອອນໄລນ໌ໂດຍບໍ່ມີການຈໍາກັດເວ¬ລາ ແລະ ສະ¬ຖານທີ່.

ວິທີການສະໝັກເຂົ້າສູນດູແລເດັກ
  • ເວ¬ລາລົງທະບຽນສໍາລັບການເຂົ້າຮຽນ: ອະ¬ນຸ¬ຍາດໃຫ້ຕະ¬ຫຼອດປີ
  • ຈຳນວນສູນຮັບລ້ຽງເດັກ ທີ່ທ່ານສາມາດລົງທະບຽນເຂົ້າລໍຄິວໄດ້: ເດັກສາມາດເຂົ້າລໍຄິວໄດ້ທີ່ສູນຮັບລ້ຽງເດັກສາມແຫ່ງ ບໍ່ວ່າຈະໄດ້ລົງທະບຽນເຂົ້າຮຽນແລ້ວຫຼືບໍ(ລວມທັງເດັກທີ່ລົງທະບຽນກັບສູນທີ່ມີກຳນົດຈະປິດໃຫ້ບໍລິການ)
  • ຊ່ວງອາຍຸທີ່ສາມາດມີສິດເຂົ້າລໍຄິວໄດ້: ອາຍຸ 0 ຫາ 5 ປີ(ແນວໃດກໍຕາມ, ເດັກທີ່ມີຄວາມພິການສາມາດເຂົ້າລໍຄິວໄດ້ເຖິງ 12 ປີ)
  • ສູນຮັບລ້ຽງເດັກທີ່ສາດເຂົ້າລໍຄິວໄດ້: ສາມາດເຂົ້າລໍຄິວໄດ້ທີ່ສູນລ້ຽງເດັກທຸກແຫ່ງທີ່ມີລະບົບການຮັບສະໝັກ (ຍົກເວັ້ນສູນທີ່ສະຖານປະກອບການຈັດຕັ້ງຂຶ້ນເອງ ແລະ ສູນແບບສະຫະກອນ)
  • ວິ¬ທີການສະ¬ໝັກ
    • (ໄປຢ້ຽມ¬ຢາມສູນດູ¬ແລເດັກ) ພໍ່ແມ່ ຫຼື ຜູ້ປົກ¬ຄອງສາ¬ມາດໄປຢ້ຽມ¬ຢາມສູນດູ¬ແລເດັກ ແລະ ສະ¬ໝັກຂໍເຂົ້າຮຽນ.
    • (ຄໍາ​ຮ້ອງ​ສະ­ໝັກ​ອອນ​ໄລ​ນ໌) ພໍ່​ແມ່ ຫຼື ຜູ້​ປົກ­ຄອງ​ສາ­ມາດ​ສະ­ໝັກ​ໄດ້​ໂດຍ​ຜ່ານ​ໜ້າ​ຫຼັກ​ຂອງ​ການ​ດູ­ແລ​ເດັກ, ຊ່ອງ​ທາງ​ທົ່ວ​ໄປ​ຂອງ​ການ​ຖື­ພາ ແລະ ການ​ເບິ່ງ­ແຍງ​ເດັກ (www.childcare.go.kr)
  • ໃນກໍລະນີຂອງເດັກນ້ອຍເປັນຄົນຕ່າງປະເທດ, ຄໍາຮ້ອງສະໝັກໂດຍຜ່ານຊ່ອງທາງທົ່ວໄປແມ່ນເປັນໄປໄດ້. ຈໍາເປັນຕ້ອງເຮັດຄໍາຮ້ອງຂໍໄປຫາສູນດູແລເດັກທີ່ທ່ານຕ້ອງການທີ່ຈະເຂົ້າ ຫຼື ໄປຫາລັດຖະບານທ້ອງຖິ່ນ ບ່ອນທີ່ສູນດູແລເດັກຕັ້ງຢູ່
ຂັ້ນຕອນການສະໝັກເຂົ້າສູນດູແລເດັກ
  • 1ການລົງ¬ທະ¬ບຽນເດັກ
    ຫຼັງຈາກເຂົ້າຮ່ວມເປັນສະ¬ມາ-ຊິກຢູ່ໃນຊ່ອງທາງການດູ¬ແລເດັກ, ລົງ¬ທະ¬ບຽນລູກຂອງທ່ານເພື່ອເຂົ້າຮັບ
  • 2ຊອກຫາສູນດູ¬ແລເດັກ
    ຫຼັງຈາກຊອກຫາສູນດູ¬ແລເດັກ, ເລືອກສູນດູ¬ແລເດັກ
  • 3ການຈອງໃບສະ¬ໝັກ
    ຄໍາຮ້ອງສະໝັກສໍາລັບການເຂົ້າສູນດູ¬ແລເດັກ
  • 4ຢືນ¬ຢັນເດັກທີ່ຈະເຂົ້າຮຽນ
    ສູນ​ດູ­ແລ​ເດັກ​ ຢືນ­ຢັນ​ໃຫ້​ເດັກ​ເຂົ້າ​ຮຽນ​ຫຼັງ​ຈາກ​ການ​ກວດ​ສອບ​ຄໍາ​ສັ່ງ​ຂອງ​ການ​ລໍ­ຖ້າ​ຕາມ​ລະ­ດັບ​ບູລິມາສິດ
  • 5ສົ່ງເອ¬ກະ¬ສານທີ່ກ່ຽວ¬ຂ້ອງກັບລະ¬ດັບການຮັບບູລິມະສິດ
    ສູນ​ດູ­ແລ​ເດັກ​ ໄດ້​ຮັບ​ແລະ​ທົບ​ທວນ​ເອ­ກະ­ສານ​ທີ່​ກ່ຽວ­ຂ້ອງ​ກັບ​ການ​ເຂົ້າ​ຮຽນ​ຈາກ​ພໍ່​ແມ່, ຍົກ­ເວັ້ນ​ຄຸນ­ສົມ­ບັດ​ອັດ­ຕະ­ໂນ­ມັດ
  • 6ຂະ¬ບວນການເຂົ້າຮຽນຂອງເດັກ¬ນ້ອຍ
    ສູນດູ¬ແລເດັກ ປະ¬ຕິ¬ບັດການເຂົ້າຮຽນຂອງເດັກ¬ນ້ອຍຕາມຄໍາສັ່ງຂອງການເຂົ້າກຳລັງລໍ¬ຖ້າ
ຄໍາຮ້ອງສະໝັກສໍາລັບ ບັດຄວາມ¬ສຸກຂອງພົນ¬ລະ¬ເມືອງ

ລັດ¬ຖະ¬ບານໃຫ້ເງິນອຸດໜູນສູນດູ¬ແລເດັກໃນຮູບແບບຂອງບັດກຳນັນ. ຕາມນັ້ນ¬ແລ້ວ, ຖ້າຫາກທ່ານຕັດ¬ສິນໃຈສົ່ງລູກໄປສູນດູ¬ແລເດັກ, ທ່ານຕ້ອງຮ້ອງຂໍອອກ ບັດຄວາມ¬ສຸກຂອງພົນລະເມືອງ.

  • ດ້ວຍ​ບັດ​ຄວາມ­ສຸກ​ຂອງ​ພົນ­ລະ­ເມືອງ, ທ່ານ​ສາ​ມາດ​ນໍາ​ໃຊ້​ການ​ສະ­ໜັບ­ສະ­ໜູນ​ຕ່າງໆ​ໂດຍ​ລັດ­ຖະ­ບານ​ເຊັ່ນ: ຄ່າ​ບໍ­ລິ­ການ​ສູນ​ດູ­ແລ​ເດັກ, ຄ່າ​ການ​ສຶກ­ສາ​ເດັກ​ກ່ອນ​ໄວ​ຮຽນ, ການ​ຄຸ້ມ​ຄອງ​ປະ­ກັນ​ສຸ­ຂະ­ພາບ​ແຫ່ງ​ຊາດ ​ສໍາ​ລັບ​ການ​ຖື­ພາ ​ແລະ​ ການ​ເກີດ​ລູກ, ເຊັ່ນ​ດຽວ​ກັນ​ກັບ ອີ-ເວົາເຈີ (e-voucher) ສໍາ​ລັບ​ການ​ບໍ­ລິ­ການທາງ​ສັງ​ຄົມ.
ວິທີການອອກໃຫ້
발급방법용 : 온라인, 오프라인을 기준으로 보조금신청, 보조금 신청서, 카드발급 및 카드발급처에 대한 내용을 나타낸 표입니다.
ອອນໄລນ໌ ອອຟໄລນ໌
ຄໍາຮ້ອງສະຫມັກສໍາລັບເງິນອຸດໜູນ ເມື່ອ​ທ່ານ​ສະ­ໝັກ​ຂໍ​ເງິນ​ອຸດ​ໜູນ​ຈາກ​ລັດ­ຖະ­ບານ, ທ່ານ​ສາ­ມາດ​ຂໍ​ອະ­ນຸ­ມັດ​ຄ່າ​ທຳ­ນຽມ​ສູນ​ດູ­ແລ​ເດັກ ແລະ ຄ່າ​ຮຽນ​ອະ­ນຸ­ບານ​ໄດ້. ຄໍາ​ຮ້ອງ​ສະ​ໝັກ​ສໍາ​ລັບ​ເງິນ​ອຸດ​ໜູນ ເມື່ອ​ທ່ານ​ສະ­ໝັກ​ຂໍ​ເງິນ​ອຸດ​ໜູນ​ຈາກ​ລັດ­ຖະ­ບານ, ທ່ານສາ­ມາດ​ຂໍ​ອະ­ນຸ­ມັດ​ຄ່າ​ທຳ­ນຽມ​ສູນ​ດູ­ແລ​ເດັກ ແລະ ຄ່າ​ຮຽນ​ອະ­ນຸ­ບານ​ໄດ້.
ແບບຟອມສະໝັກ ເອົາເງິນອຸດໜູນ ໜ້າຫຼັກຂອງ Bokjiro (www.bokjiro.go.kr) ແບບຟອມສະໝັກ ເອົາເງິນອຸດໜູນ ສູນຊຸມຊົນ Eup/myeon/dong
ການອອກບັດ ເລືອກບໍລິສັດບັດທີ່ທ່ານມັກຈາກຫ້າບໍລິສັດບັດ ແລະ ຮັບເອົາບັດເຄຣດິດ. (ບໍ່ເສຍຄ່າສະມາຊິກປະຈໍາປີ) ການອອກບັດ ເລືອກບໍລິສັດບັດທີ່ທ່ານມັກຈາກຫ້າບໍລິສັດບັດ ແລະ ຮັບເອົາບັດເຄຣດິດ. (ບໍ່ເສຍຄ່າສະມາຊິກປະຈໍາປີ)
ຜູ້ອອກບັດ ໜ້າຫຼັກຂອງ Bokjiro (www.bokjiro.go.kr) ຜູ້ອອກບັດ ສູນຊຸມຊົນ Eup/myeon/dong, ສາຂາບໍລິສັດບັດທີ່ສໍາຄັນໃນທົ່ວປະເທດ
ການດູແລເດັກ, ຊ່ອງທາງທົ່ວໄປຂອງການຖືພາ ແລະ ການເບິ່ງແຍງເດັກ (www.childcare.go.kr)
ໜ້າທໍາອິດຂອງຫ້າບໍລິສັດບັດເຄຣດິດ (ບັດ KB Kookmin, ບັດ Shinhan, ບັດ Lotte, ບັດ Samsung, ບັດ BC)
ປະຖົມນິເທດສຳລັບເດັກນ້ອຍທີ່ເຂົ້າໃໝ່ ແລະ ເອກະສານການເຂົ້າຮຽນ

ການ​ປະ­ຖົມ​ນິ­ເທດ​ສຳ­ລັບ​ເດັກ​ທີ່​ເຂົ້າ​ມາ​ໃໝ່ ​ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ສະ­ພາບ​ປັດ­ຈຸ­ບັນ ແລະ​ ນະ­ໂຍ­ບາຍ​ການ​ດຳ­ເນີນ​ງານ, ໂຄງ­ການ​ເບິ່ງ­ແຍງ​ເດັກ ແລະ ​ນະ­ໂຍ­ບາຍ​ການ​ດຳ­ເນີນ​ງານ​ແຕ່​ລະ​ຊັ້ນ​ຮຽນ​ຂອງ​ສູນ​ດູ­ແລ​ເດັກ. ມັນ​ເປັນ​ໂອ­ກາດ​ດີ​ທີ່​ຈະ​ໄດ້​ຮັບ​ຂໍ້​ມູນ​ລະ­ອຽດ, ດັ່ງ­ນັ້ນ ​ພວກ​ເຮົາ​ແນະ​ນໍາ​ໃຫ້​ເຂົ້າ​ຮ່ວມ​ການ​ປະ­ຖົມ​ນິ­ເທດ​ຢ່າງ​ເຕັມທີ. ທ່ານ​ຈະ​ໄດ້​ຮັບ​ຄໍາ​ແນະ​ນໍາ​ກ່ຽວ​ກັບ​ເອ­ກະ­ສານ​ການ​ເຂົ້າ​ຮຽນ​ໃນ​ລະ­ຫວ່າງ​ການ​ປະ­ຖົມ​ນິ­ເທດ. ເອ­ກະ­ສານ​ສ່ວນ​ຫຼາຍ​ແມ່ນ​ຕ້ອງ­ການ​ໂດຍ​ລັດ­ຖະ­ບານ, ດັ່ງ­ນັ້ນ ​ທ່ານ​ຕ້ອງ​ຍື່ນ​ມັນ​ໃນ​ເວ­ລາ​ທີ່​ກໍາ​ນົດ​ໄວ້​ໂດຍ​ການ​ກະ­ກຽມ​ໃຫ້​ເຂົາ­ເຈົ້າ​ລ່ວງ​ຫນ້າ.

ອຸ¬ປະ¬ກອນການກະກຽມສໍາລັບສູນດູ¬ແລເດັກ

ເອ­ກະ­ສານ​ການ​ກະ​ກຽມ​ສໍາ​ລັບ​ສູນ​ດູ­ແລ​ເດັກ​ ອາດ​ຈະ​ແຕກ​ຕ່າງ​ກັນ​ໄປ​ຕາມ​ສູນ​ດູ­ແລ​ເດັກ. ໂດຍ​ທົ່ວ​ໄປ, ວັດ​ສະ​ດຸ​ແມ່ນ​ຈໍາ​ເປັນ​ສໍາ​ລັບ​ຊີ­ວິດ​​ລູກ​ຂອງ​ທ່ານ​ຢູ່​ໃນ​ສູນ​ດູ­ແລ​ເດັກ. ພວກ​ມັນ​ປະ­ກອບ​ມີ​ຜ້າ​ປູ​ບ່ອນ​ນອນ, ໝອນ, ແປງ​ຖູ­ແຂ້ວ ແລະ​ ຢາ­ຖູ­ແຂ້ວ, ຜ້າ​ເຊັດ​ຕົວ​ປຽກ ແລະ ອື່ນໆ. ໃນ​ກໍ­ລະ­ນີ​ຂອງ​ເດັກ­ອ່ອນ, ນົມຜົງ​, ແກ້ວ​ນົມ ​ແລະ ​ຜ້າ​ເຊັດ​ຕົວ​ສາ­ມາດ​ລວມ​ເປັນ​ອຸ­ປະ­ກອນ​ສ່ວນ​ຕົວ.

ການກະກຽມຈິດໃຈ

ພໍ່​ແມ່​ທີ່​ສົ່ງ​ລູກ​ໄປ​ສູນ​ດູ­ແລ​ເດັກ​ເປັນ​ຄັ້ງ​ທຳ­ອິດ​ ອາດ​ຈະ​ຮູ້­ສຶກ​ກັງ­ວົນ ແລະ ​ເສຍ​ໃຈ​ກັບ​ລູກ​ຫຼາຍ​ກວ່າ​ຄວາມ​ຄາດ​ຫວັງ. ຢ່າງ­ໃດ​ກໍ່​ຕາມ, ຈິດ­ໃຈ​ຂອງ​ພໍ່​ແມ່​ແບບ​ນີ້​ ສາ­ມາດ​ສົ່ງ​ຜົນ​ກະ­ທົບ​ທາງ​ລົບ​ຕໍ່​ການ​ປັບ​ຕົວ​ຂອງ​ລູກ​ໄດ້, ດັ່ງ­ນັ້ນ ​ເຂົາ​ເຈົ້າ​ຈໍາ​ເປັນ​ຕ້ອງ​ໄປ​ຢ້ຽມ­ຢາມ​ສູນ​ດູ­ແລ​ເດັກ​ກັບ​ລູກ​ຂອງ​ເຂົາ­ເຈົ້າ ​ແລະ ​ສົນ­ທະ­ນາ​ກັບ​ຄູ​ອາ­ຈານ ຫຼື ມີ​ຊີ­ວິດ​ປົກ­ກະ­ຕິ​ຕາມ​ຕາ­ຕະ­ລາງ​ຂອງ​ສູນ​ດູ­ແລ​ເດັກ​ທີ່​ຈະ​ມີເພື່ອການ​ກະ­ກຽມ​ທາງດ້ານຈິດ​ໃຈ. ໃນ​ກໍ­ລະ­ນີ​ຂອງ​ຄອບ­ຄົວມີ​ອາ­ຊີບທັງສອງ, ເຂົາ­ເຈົ້າ​ອາດ​ຈະ​ຕ້ອງ​ມີ​ສ່ວນ​ຮ່ວມ​ໃນ​ໄລ­ຍະ​ການ​ປັບ​ຕົວ​ໂດຍ​ການ​ປັບ​ການລາ​ພັກ​ຂອງ​ເຂົາ­ເຈົ້າ​ຫຼັງ​ຈາກ​ການ​ກວດ​ສອບ​ໄລ­ຍະ​ເວ­ລາ​ການ​ປັບ​ຕົວ​ຂອງ​ສູນ​ດູ­ແລ​ເດັກ ​ຫຼື ​ໂດຍ​ການ​ຊອກ​ຫາ​ພໍ່­ເຖົ້າ​ແມ່­ເຖົ້າ​ທີ່​ຈະ​ໃຫ້­ການ​ຊ່ວຍ​ເຫຼືອ

04ເຮັດແນວໃດເພື່ອຊ່ວຍເຫຼືອລູກຂອງທ່ານທີ່ໄປສູນດູແລເດັກເປັນຄັ້ງທໍາອິດ?

ໂຄງການປັບຕົວຂອງສູນດູແລເດັກແມ່ນຫຍັງ?

ໂຄງ­ການ​ການ​ປັບ​ຕົວ​ຂອງ​ສູນ​ດູ­ແລ​ເດັກ ​ໃຫ້​ປະ­ສົບ​ການ​ຂອງ​ຕາ­ຕະ­ລາງ​ຂອງ​ສູນ​ດູ­ແລ​ເດັກ​ຄ່ອຍໆ​ໃນ​ໄລ­ຍະ​ເວ​ລາ​ສໍາ​ລັບ​ເດັກ­ນ້ອຍ​ທີ່​ເຂົ້າ​ມາ​ໃນ​ສູນ​ດູ­ແລ​ເດັກ​ ເພື່ອ​ເອົາ​ຊະ­ນະ​ຄວາມ​ກັງ­ວົນ​ຕໍ່​ສະ­ພາບ​ແວດ​ລ້ອມ​ທີ່​ບໍ່​ຄຸ້ນ​ເຄີຍ ​ແລະ​ ສາ­ມາດ​ປັບ​ຕົວ​ເຂົ້າ​ກັບ​ສະ­ພາບ​ແວດ​ລ້ອມ​ໃໝ່ໄດ້. ໂຄງ­ການ​ການ​ປັບ​ຕົວ​ແບບຂະ­ຫຍາຍ​ເວ­ລາ, ເລີ່ມ​ຕົ້ນ​ຈາກ 'ການ​ມີ​ສ່ວນ​ຮ່ວມ​ໃນ​ຕາ­ຕະ­ລາງ​ຕອນ​ເຊົ້າ' ກັບ​ພໍ່​ແມ່ ​ແລະ 'ເວ­ລາ​ທ່ຽງ', 'ເວ­ລາ​ນອນ' ແລະ ​ການ​ມີ​ສ່ວນ​ຮ່ວມ​ໃນ​ຕາ­ຕະ­ລາງ​ຕອນ​ບ່າຍ. ການ​ແຍກ​ຈາກ​ພໍ່​ແມ່​ຈະ​ເລີ່ມ​ຂຶ້ນ​ເປັນ​ເວ​ລາ 5-10 ນາ​ທີ​ ແລະ​ ຈະ​ໄດ້​ຮັບ​ການ​ຂະ​ຫຍາຍ​ອອກໄປ​ເທື່ອ​ລະ​ກ້າວ. ຂະ­ບວນ​ການ​ນີ້​ ຈະ​ຖືກ​ດໍາ​ເນີນ​ຢ່າງ​ເປັນ​ລະ­ບົບ​ໃນ​ໄລ­ຍະ​ໜຶ່ງ​ອາ­ທິດ​ຢ່າງ​ໜ້ອຍ​ພາຍ​ໃຕ້​ການ​ພິ­ຈາ­ລະ­ນາ​ຂອງ​ພໍ່​ແມ່ ແລະ ຄູ​ອາຈານ ແລະ ມັນ​ຈະ​ຖືກ​ດຳ­ເນີນ​ໄປ​ຢ່າງ​ຄ່ອງ​ແຄ້ວ​ຕາມ​ສະ­ພາບ​ແວດ​ລ້ອມ​ຂອງ​ສູນ​ດູ­ແລ​ເດັກ ແລະ ລັກ­ສະ­ນະ​ສ່ວນ​ບຸກ­ຄົນ​ຂອງ​ເດັກ​ອ່ອນ ແລະ ເດັກ​ກ່ອນ​ໄວ​ຮຽນ ແລະ ສະ­ພາບ​ແວດ​ລ້ອມ​ຂອງ​ແຕ່​ລະ​ຄອບ​ຄົວ.

ພຶດຕິກຳຂອງເດັກນ້ອຍທີ່ສາມາດປະກົດຂຶ້ນໃນໄລຍະການປັບຕົວ

ປະ­ສົບ​ການ​ຂອງ​ການ​ຖືກ​ປະ​ໄວ້​ຢູ່​ຄົນ​ດຽວ​ຢູ່​ໃນ​ສູນ​ດູ­ແລ​ເດັກ​ທີ່​ບໍ່​ຄຸ້ນ​ເຄີຍ​ຫຼັງ​ຈາກ​ຖືກ​ແຍກ​ອອກ​ຈາກ​ພໍ່​ແມ່​ ສາ­ມາດ​ເປັນ​ເລື່ອງ​ຍາກ​ຫຼາຍ​ສໍາ​ລັບ​ເດັກ­ນ້ອຍ, ແລະ​ ເດັກ­ນ້ອຍ​ອາດ​ຈະ​ສະ­ແດງ​ຄວາມ​ກັງ­ວົນ​ຂອງ​ເຂົາ­ເຈົ້າ​ໃນ​ຮູບ​ແບບ​ຕ່າງໆ. ຕາມ​ນັ້ນ­ແລ້ວ, ພໍ່​ແມ່​ຄວນ​ເອົາ­ໃຈ­ໃສ່​ໃຈ​ຂອງ​ລູກ​ຂອງ​ເຂົາ­ເຈົ້າ ​ແລະ ​ຊ່ວຍ​ເຂົາ­ເຈົ້າ​ດ້ວຍ​ວິ­ທີ​ທີ່​ເໝາະ​ສົມ.

ເດັກນ້ອຍອາດຈະສະແດງພຶດຕິກໍາເຫຼົ່ານີ້ໃນລະຫວ່າງໄລຍະເວລາການປັບຕົວ.
  • ເດັກນ້ອຍອາດຈະຮ້ອງໄຫ້ຢ່າງຕໍ່ເນື່ອງໃນຂະນະທີ່ພວກເຂົາເຂົ້າໄປໃນສູນດູແລເດັກ ແລະ ເວົ້າໃນແງ່ລົບ.
  • ເດັກນ້ອຍອາດຈະບອກວ່າ ເຂົາເຈົ້າຮູ້ສຶກບໍ່ສະບາຍໃນເວລາໄປສູນດູແລເດັກ ເຖິງແມ່ນວ່າບໍ່ມີອາການທາງຮ່າງກາຍພິເສດກໍຕາມ.
  • ເດັກນ້ອຍອາດຈະປະຕິເສດຄູອາຈານ ຫຼື ບໍ່ມີປະຕິກິລິຍາຕໍ່ຄູອາຈານ.
  • ເຂົາເຈົ້າອາດຈະປະຕິເສດອາຫານ ຫຼື ອາຫານຫວ່າງທີ່ສູນດູແລເດັກຂອງເຂົາເຈົ້າທີ່ສະໜອງໃຫ້.
  • ເຂົາເຈົ້າອາດຈະຊອກຫາພໍ່ແມ່ຂອງເຂົາເຈົ້າໃນຂະນະທີ່ເຂົາເຈົ້າຮ້ອງໄຫ້ຫຼາຍເກີນໄປໃນເວລານອນຫຼັບ.
  • ເຂົາເຈົ້າອາດຫຼິ້ນມີຄວາມຮັກຕໍ່ພໍ່ແມ່ຫຼາຍເກີນໄປ ຫຼື ຮ້ອງໄຫ້ເລື້ອຍໆ.
  • ເດັກນ້ອຍອາດຈະມີອາການຂັບຖ່າຍໂດຍບັງເອີນໃນທັນທີທັນໃດ ຫຼື ເລີ່ມຊອກຫາຕຸກນົມ ຫຼື ດູດນິ້ວມື.
ພໍ່ແມ່ຄວນຊ່ວຍລູກແບບນີ້ໃນໄລຍະປັບຕົວ.
  • ພໍ່ແມ່ຄວນເຊື່ອວ່າລູກຂອງເຂົາເຈົ້າຈະປັບຕົວເຂົ້າກັບສູນດູແລເດັກໄດ້ດີ.
  • ພໍ່ແມ່ຄວນສະແດງອອກວ່າສູນດູແລເດັກເປັນສະຖານທີ່ທີ່ໜ້າເຊື່ອຖື ແລະ ຄູອາຈານກໍ່ເປັນຄົນດີຕໍ່ໜ້າລູກ.
  • ພໍ່ແມ່ຄວນຖືກລົບກວນໂດຍອາການປະສາດຂອງລູກເຂົາເຈົ້າ ເຊິ່ງສາມາດປະກົດຂຶ້ນໃນໄລຍະການປັບຕົວ ແລະ ປອບໃຈລູກທີ່ໄປສູນດູແລເດັກຂອງເຂົາເຈົ້າ.
  • ພໍ່ແມ່ຄວນຮັກສາຕາຕະລາງການໄປ ແລະ ອອກຈາກສູນດູແລເດັກຫຼາຍເທົ່າທີ່ເປັນໄປໄດ້ ແລະ ຮັກສາເວລາອອກຈາກສູນດູແລເດັກ.
  • ພໍ່ແມ່ບໍ່ຄວນປ່ອຍລູກໄວ້ລ່ວງໜ້າ ຫຼື ເວົ້າຕົວະໃຫ້ລູກ (“ຂ້ອຍຕ້ອງໄປຫ້ອງນ້ຳ!”) ເມື່ອແຍກຈາກລູກ.
  • ພໍ່ແມ່ຄວນເຂົ້າໃຈວ່າເວລາປັບຕົວແມ່ນແຕກຕ່າງກັນໂດຍເດັກນ້ອຍແຕ່ລະຄົນ ແລະ ຄວນຈະລໍຖ້າຢ່າງສະຫງົບ.
  • ພໍ່ແມ່ຄວນແບ່ງປັນປະຕິກິລິຍາຂອງລູກເຂົາເຈົ້າ ແລະ ຂະບວນການປ່ຽນແປງທີ່ສັງເກດເຫັນ ໃນລະຫວ່າງໄລຍະການປັບຕົວກັບຄູອາຈານຜ່ານບົດສົນທະນາ ແລະ ປື້ມບັນທຶກການແຈ້ງເຕືອນ.
  • ເນື່ອງຈາກເດັກນ້ອຍຫຼາຍຄົນອາໄສຢູ່ໃນສູນດູແລເດັກ, ເດັກນ້ອຍສາມາດມີຄວາມສ່ຽງຕໍ່ການເປັນພະຍາດໄວຣັສຕ່າງໆ ດັ່ງນັ້ນ ພໍ່ແມ່ຈຶ່ງຕ້ອງເສີມສ້າງຮ່າງກາຍຂອງລູກ ແລະ ເອົາໃຈໃສ່ຕໍ່ສຸຂະອະນາໄມສ່ວນຕົວຂອງລູກ.
  • ໂດຍການເວົ້າລົມໃນໄລຍະທີ່ດີຂອງສູນດູແລເດັກ, ແທນທີ່ຈະສຸມໃສ່ຕອນທີ່ບໍ່ດີ, ພໍ່ແມ່ຄວນປູກຝັງແນວຄິດ ໃນທາງບວກໃຫ້ກັບລູກຂອງເຂົາເຈົ້າ. ຖ້າພໍ່ແມ່ເນັ້ນໃສ່ຕອນທີ່ລູກຍາກລຳບາກຢູ່ສູນດູແລເດັກ, ຄວາມຄິດໃນແງ່ລົບກ່ຽວກັບສູນດູແລເດັກສາມາດໃຫຍ່ຂຶ້ນໄດ້ໃນໃຈຂອງລູກ.

05ເດັກນ້ອຍໃຊ້ເວລາຢູ່ສູນດູແລເດັກແນວໃດ?

  • 1ໄປທີ່ສູນ
    등원이미지
  • 2ອາຫານຫວ່າງຕອນເຊົ້າ
    오전 간식 이미지
  • 3ຕອນເຊົ້າກິດຈະກໍາພາຍໃນ
    오전 실내놀이 이미지
  • 4ກິດ​ຈະ​ກໍາ​ກາງ​ແຈ້ງ
    바깥놀이 이미지
  • 5ອາຫານທ່ຽງ
    점심 식사 이미지
  • 6ຖູແຂ້ວ ແລະ ໄປກິນເຂົ້າທ່ຽງໃນຫ້ອງນໍ້າ
    양치 및 화장실 가기 이미지
  • 7ນອນຫຼັບ
    낮잠 이미지
  • 8ອາຫານວ່າງຕອນບ່າຍ
    오후 간식 이미지
  • 9ຕອນບ່າຍກິດຈະກໍາພາຍໃນ
    오후 실내놀이 이미지
  • 10ກັບບ້ານ
    귀가 이미지
ວຽກນີ້ສາມາດນຳໃຊ້ໄດ້ອີງຕາມເງື່ອນໄຂ “KOGL (ໃບອະນຸຍາດລັດທະບານເປີດປະເຫດເກົາຫຼີ) ປະເພດ 4: ເງື່ອນໄຂ ແຫຼ່ງທີ່ມາຊີ້ບອກ+ການຫ້າມການນຳໃຊ້ທາງການຄ້າ+ການຫ້າມການປ່ຽນແປງ”.